ສະຫະພັນແມ່ຍິງ  ອອປສ ປາຖະກະຖາ ວັນແມ່ຍິງສາກົນ ຄົບຮອບ 114 ປີ 

ສະຫະພັນແມ່ຍິງ  ອອປສ ປາຖະກະຖາ ວັນແມ່ຍິງສາກົນ ຄົບຮອບ 114 ປີ 
ໃນວັນທີ 5 ມີນາ ນີ້ ທີ່ຫ້ອງປະຊຸມໃຫຍ່ ຊັ້ນ I ອົງການໄອຍະການປະຊາຊົນສູງສຸດ (ອອປສ) ໄດ້ຈັດກອງປະຊຸມປາຖະກະຖາ ວັນແມ່ຍິງສາກົນ ຄົບຮອບ 114 ປີ ໂດຍພາຍໃຕ້ການເປັນປະທານຂອງ ທ່ານ ນາງ ພອນທິບ ສາວະລີ ຄະນະບໍລິຫານງານພັກ ຄະນະບໍລິຫານງານສູນກາງສະຫະພັນແມ່ຍິງ ສະໄໜທີ VIII ປະທານສະຫະພັນແມ່ຍິງ ອອປສ  ຊຶ່ງ ຄະນະສະຫະພັນແມ່ຍິງ    ສະມາຊິກແມ່ຍິງ ອ້ອມຂ້າງ ອອປສ ເຂົ້າຮ່ວມ.
     ໃນກອງປະຊຸມ, ທ່ານ ນາງ ພອນທິບ ສາວະລີ  ໄດ້ປາຖະກະຖາຫວນຄືນມູນເຊື້ອປະຫວັດແຫ່ງການກໍາເນີດ, ການເຕີບໃຫຍ່ຂະຫຍາຍຕົວ, ຜົນງານການເຄື່ອນໄຫວ ແລະ ການເສີມຂະຫຍາຍມູນເຊື້ອອັນດີງາມ, ເປັນຂິດໝາຍແຫ່ງໄຊຊະນະອັນພຶ້ນຖານຂອງຂະບວນການແມ່ຍິງສາກົນ ໃນການຕໍ່ສູ້ທວງເອົາສິດຜົນປະໂຫຍດອັນເປັນທຳ ໃຫ້ແກ່ແມ່ຍິງຊາວຜູ້ອອກແຮງງານໃນທົ່ວໂລກ, ເປັນວັນລະນຶກເຖິງການຕໍ່ສູ້ຂອງແມ່ຍິງ ເພື່ອປົດປ່ອຍຕົນເອງ ແລະ ທວງໃຫ້ມີສິດສະເໝີພາບປະຊາທິປະໄຕ ຄືກັນກັບຜູ້ຊາຍ. ພ້ອມນັ້ນກໍໄດ້ເຜີຍແຜ່ຄຳແນະນຳກ່ຽວກັບການກະກຽມ ແລະ ດຳເນີນກອງປະຊຸມໃຫຍ່ ໜ່ວຍແມ່ຍິງຮາກຖານ ສະຫາຍຍັງໄດ້ຊີ້ນໍາເອື້ອຍນ້ອງສະຫະພັນແມ່ຍິງ ອົງການໄອຍະການປະຊາຊົນສູງສຸດ ຈົ່ງພ້ອມກັນປະຕິບັດຄໍາຂວັນວັນແມ່ຍິງສາກົນ ປີ 2024 “ລົງທຶນເລັ່ງໃສ່ການພັດທະນາຄວາມກ້າວໜ້າຂອງແມ່ຍິງ” “Invest in women: Accelerate Progress” ຕິດພັນກັບຂໍ້ແຂ່ງຂັນ 3 ມີ 4 ຮັບປະກັນ ຂອງອົງການໄອຍະການປະຊາຊົນສູງສຸດ ແລະ ຂະບວນແຂ່ງຂັນຮັກຊາດ ແລະ ພັດທະນາ, ສ້າງສະຖາບັນຄອບຄົວ ແລະ ສັງຄົມ ໃຫ້ມີຄວາມສະຫງົບ, ປອດໄພ. 
ໃນວາລະດັ່ງກ່າວ ທ່ານ ນາງ ຫວານໃຈ ພະສີວໍລະວົງ ຄະນະສະຫະພັນແມ່ຍິງ ຮອງປະທານກວດກາສະຫະພັນແມ່ຍິງ ອອປສ ໄດ້ຜ່ານຂໍ້ຕົກລົງ ວ່າດ້ວຍການແບ່ງໜ່ວຍໃໝ່ ສະຫະພັນແມ່ຍິງ ອອປສ ແລະ ໄດ້ມອບຄວາມຮັບຜິດຊອບໃຫ້ຫົວໜ້າໜ່ວຍເປັນຜູ້ນໍາພາສະມາຊິກຂອງຕົນຈັດຕັ້ງປະຕິບັດ. 
ໃນກອງປະຊຸມ ທ່ານ ນາງ ແສງສຸດາ ສີປະເສີດ ຮອງປະທານສະຫະພັນແມ່ຍິງ ປະທານກວດກາສະຫະພັນແມ່ຍິງ ອອປສ ໄດ້ຜ່ານແຜນກິດຈະກຳຕ່າງໆຂອງສະຫະພັນແມ່ຍິງ ອົງການໄອຍະການປະຊາຊົນສູງສຸດ ທີ່ຈະຈັດຂຶ້ນໃນລະຫວ່າງວັນທີ 6-7 ມີນາ 2024 ນີ້  ເພື່ອຮັດແໜ້ນຄວາມສາມາຄີຂອງເອື້ອຍນ້ອງແມ່ຍິງ ກໍຄື ສາມອົງການຈັດຕັ້ງມະຫະຊົນດ້ວຍກັນ ທີ່ເມືອງສັງທອງ ນະຄອນຫຼວງວຽງຈັນ ຕື່ມອີກ.
 ໃນໂອກາດດັ່ງກ່າວ ທ່ານປະທານ ໄດ້ຊີ້ນໍາເອື້ອຍນ້ອງສະຫະພັນແມ່ຍິງ ອອປສ  ເພີ່ມທະວີຄວາມຮັບຜິດຊອບຂອງຄະນະ ແລະ ສະມາຊິກສະຫະພັນແມ່ຍິງ ຈົ່ງພ້ອມກັນປະຕິບັດຄໍາຂວັນວັນແມ່ຍິງສາກົນ ປີ 2024 “ລົງທຶນເລັ່ງໃສ່ການພັດທະນາຄວາມກ້າວໜ້າຂອງແມ່ຍິງ” ຂອງ ສູນກາງສະຫະພັນແມ່ຍິງລາວວາງອອກ ດ້ວຍຄວາມຮັບຜິດຊອບສູງ ແລະ ການປົກປ້ອງສິດຜົນປະໂຫຍດຂອງແມ່ຍິງ, ການສົ່ງເສີມຄວາມກ້າວໜ້າຂອງແມ່ຍິງ ແລະ ຄວາມສະເໝີພາບລະຫວ່າງຍິງ-ຊາຍ, ຊຶ່ງໄດ້ກຳນົດແຈ້ງຢູ່ໃນລັດຖະທຳມະນູນ ແລະ ກົດໝາຍຕ່າງໆ. ພ້ອມກັນສະເຫຼີມສະຫຼອງວັນແມ່ຍິງສາກົນ ຄົບຮອບ 114 ປີ ທີ່ຈະໜູນວຽນມາໃນອີກບໍ່ພໍເທົ່າໃດມື້ ເອົາໃຈໃສ່ໃນການເຮັດວຽກເປັນໝູ່ຄະນະ, ມີຄວາມສາມັກຄີພາຍໃນ ແລະ ຮັກສາມູນເຊື້ອຮີດຄອງປະເພນີອັນດີງາມຂອງຊາດ.  
ຂ່າວ-ພາບ: ນ້ອຍມີນາ

ຄໍາເຫັນ

ຂ່າວວັດທະນະທຳ-ສັງຄົມ

ເມືອງສຸຂຸມາ ສ້ອມແປງເສັ້ນທາງເຂົ້າບ້ານແຊ ຕິດພັນກັບການພັດທະນາບ້ານປະຊາຊົນຢູ່ດີກິນດີ

ເມືອງສຸຂຸມາ ສ້ອມແປງເສັ້ນທາງເຂົ້າບ້ານແຊ ຕິດພັນກັບການພັດທະນາບ້ານປະຊາຊົນຢູ່ດີກິນດີ

ການສ້ອມແປງເສັ້ນທາງເຂົ້າບ້ານແຊ (ບ້ານທຸກຍາກ) ເມືອງສຸຂຸມາ ແຂງຈໍາປາສັກ ໃຫ້ສາມາດທຽວໄດ້ ທັງ 2 ລະດູ, ເພື່ອພັດທະນາໃຫ້ບ້ານແຊ ກາຍເປັນບ້ານພັດທະນາ ປະຊາຊົນຢູ່ດີກິນດີ ຄົບຖ້ວນຕາມມາດຖານທີ່ກໍານົດໄວ້.
ຫຼວງນໍ້າທາ ພົ້ນເດັ່ນການອະນຸລັກຟື້ນຟູສົ່ງເສີມຄຸນຄ່າວັດທະນະທໍາທ້ອງຖິ່ນ

ຫຼວງນໍ້າທາ ພົ້ນເດັ່ນການອະນຸລັກຟື້ນຟູສົ່ງເສີມຄຸນຄ່າວັດທະນະທໍາທ້ອງຖິ່ນ

ຫຼວງນໍ້າທາມີທ່າແຮງຫຼາຍດ້ານ ໂດຍສະເພາະວຽກງານວັດທະນະທໍາ ພົ້ນເດັ່ນໃນການອະນຸລັກຮັກສາ, ຟື້ນຟູ ແລະ ສົ່ງເສີມຄຸນຄ່າທາງວັດທະນະທໍາຂອງທ້ອງຖິ່ນໃຫ້ຍືນຍົງ ຄຽງຄູ່ກັບການພັດທະນາ.
ເປີດນຳໃຊ້ສະຖານີບໍລິການນ້ຳມັນເຊື້ອໄຟ ຂອງບໍລິສັດ ເອັນທີພີ ການຄ້ານ້ຳມັນເຊື້ອໄຟ

ເປີດນຳໃຊ້ສະຖານີບໍລິການນ້ຳມັນເຊື້ອໄຟ ຂອງບໍລິສັດ ເອັນທີພີ ການຄ້ານ້ຳມັນເຊື້ອໄຟ

ພິທີເປີດນຳໃຊ້ ສະຖານີບໍລິການນ້ຳມັນເຊື້ອໄຟ ຂອງບໍລິສັດ ເອັນທີພີ ການຄ້ານ້ຳມັນເຊື້ອໄຟຈຳກັດ ຢູ່ເມືອງຫົງສາ ແຂວງໄຊຍະບູລີ ໄດ້ຈັດຂຶ້ນໃນວັນທີ 22 ທັນວາຜ່ານມານີ້, ໂດຍການເຂົ້າຮ່ວມຂອງທ່ານ ນາງ ປານີ ຢາທໍ່ຕູ້ ຮອງປະທານປະເທດແຫ່ງ ສປປ ລາວ, ມີທ່ານ ຈັນທະບູນ ສຸກອາລຸນ ຮອງລັດຖະມົນຕີ ກະຊວງອຸດສາຫະກຳ ແລະ ການຄ້າ, ທ່ານ ເພັງນິລັນ ຄຳພັນເພັງ ປະທານສະພາປະຊາຊົນແຂວງ, ການນຳຂອງແຂວງ, ເມືອງຫົງສາ, ເມືອງເງິນ, ບໍລິສັດໄຟຟ້າຫົງສາ ຈຳກັດ, ບໍລິສັດ ເອັນທີພີ ການຄ້ານ້ຳມັນເຊື້ອໄຟຈຳກັດ, ແຂກຖືກເຊີນ ແລະ ພະນັກງານບໍລິສັດດັ່ງກ່າວເຂົ້າຮ່ວມ.
ພິທີເປີດແນະນຳປຶ້ມ ແລະ ຈາລຶກຜົນງານຂອງ ທ່ານ ຄຳມາ ພົມກອງ

ພິທີເປີດແນະນຳປຶ້ມ ແລະ ຈາລຶກຜົນງານຂອງ ທ່ານ ຄຳມາ ພົມກອງ

ໃນວັນທີ 20 ທັນວາຜ່ານມານີ້, ທີ່ໂຮງແຮມ ລາວພລາຊາ ນະຄອນຫຼວງວຽງຈັນ ໄດ້ມີ ພິທີເປີດແນະນຳປຶ້ມ ແລະ ຈາລຶກຜົນງານຂອງ ທ່ານ ຄຳມາ ພົມກອງ. ພິທີດັ່ງກ່າວຈັດຂຶ້ນໂດຍ ທ່ານນາງ ໂພສີ ພົມກອງ ພ້ອມດ້ວຍລູກຫຼານ ເພື່ອແນະນຳປຶ້ມ “ປະຫວັດສາດ ສັງຄົມ ແລະ ວັດທະນະທຳ” ຢ່າງເປັນທາງການ ພ້ອມທັງຈັດພິທີລະນຶກເຖິງຊີວິດ ແລະ ຜົນງານອັນຍືນຍົງຂອງທ່ານ ຄຳມາ ພົມກອງ ຊຶ່ງແມ່ນນັກປະພັນ, ນັກກະວີ, ນັກວັດທະນະທຳ-ສັງຄົມ, ນັກເຄື່ອນໄຫວປະຕິວັດ ແລະ ລູກຊາຍຜູ້ອຸທິດຕົນໃຫ້ແກ່ຊາດລາວ.
ໂຮງຮຽນສາທາລະນະສຸກວຽງຈັນ ສະຫຼຸບການເຄື່ອນໄຫວວຽກງານ ແລະ ວາງທິດທາງແຜນການຕໍ່ໜ້າ

ໂຮງຮຽນສາທາລະນະສຸກວຽງຈັນ ສະຫຼຸບການເຄື່ອນໄຫວວຽກງານ ແລະ ວາງທິດທາງແຜນການຕໍ່ໜ້າ

ວັນທີ 25 ທັນວານີ້ ຢູ່ທີ່ໂຮງຮຽນສາທາລະນະສຸກວຽງຈັນ ແຂວງວຽງຈັນ ໄດ້ສະຫຼຸບການເຄື່ອນໄຫວວຽກງານ ໃນສົກປີ 2024-2025 ແລະ ວາງທິດທາງແຜນການສົກປີ 2025-2026 ໂດຍການເຂົ້າຮ່ວມຂອງ ທ່ານ ບຸນເສີດ ແກ້ວປະສິດ ຫົວໜ້າກົມຈັດຕັ້ງ ກະຊວງສາທາລະນະສຸກ, ທ່ານ ສີໂຫ ແສງສະຫວ່າງ ຮອງຫົວໜ້າພະແນກສາທາລະນະສຸກແຂວງວຽງຈັນ, ມີແຂກຖືກເຊີນຈາກພາກສ່ວນກ່ຽວຂ້ອງ ແລະ ນັກສຶກສາເຂົ້າຮວມ.
ຄົ້ນຄວ້າເນື້ອໃນຮ່າງກົດໝາຍວ່າດ້ວຍນໍ້າເປື້ອນ

ຄົ້ນຄວ້າເນື້ອໃນຮ່າງກົດໝາຍວ່າດ້ວຍນໍ້າເປື້ອນ

ວັນທີ 23 ທັນວານີ້, ທີ່ຫ້ອງວ່າການປົກຄອງເມືອງວັງວຽງ ແຂວງວຽງຈັນ, ທ່ານ ງາມປະສົງ ເມືອງມະນີ ຮອງລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ (ຍທຂ) ທັງເປັນຫົວໜ້າຄະນະຮັບຜິດຊອບຊີ້ນໍາລວມໃນການຄົ້ນຄວ້າເນື້ອໃນຮ່າງກົດໝາຍວ່າດ້ວຍນໍ້າເປື້ອນ, ມີຫົວໜ້າກົມ, ຮອງກົມ ພ້ອມດ້ວຍພາກສ່ວນກ່ຽວ ຂ້ອງເຂົ້າຮ່ວມ.
ເຜີຍແຜ່ ການຈັດຕັ້ງປະຕິບັດໂຄງການຂົນສົ່ງແບບຍືນຍົງ

ເຜີຍແຜ່ ການຈັດຕັ້ງປະຕິບັດໂຄງການຂົນສົ່ງແບບຍືນຍົງ

ຄະນະໂຄສະນາອົບຮົມນະຄອນຫຼວງວຽງຈັນ ຮ່ວມກັບ ພະແນກໂຍທາທິການແລະ ຂົນສົ່ງ, ກອງບັນຊາການ ປກສ ນະຄອນຫຼວງວຽງຈັນ, ໄດ້ຈັດພິທີ ເຜີຍແຜ່ການຈັດຕັ້ງປະຕິບັດໂຄງການຂົນສົ່ງແບບຍືນຍົງໃນຕົວເມືອງນະຄອນຫຼວງວຽງຈັນ(ນວ), ໃນວັນທີ 22 ທັນວານີ້ ທີ່ໂຮງຮຽນ ມັດທະຍົມສົມບູນ (ມສ)ວຽງຈັນ.
ຮອງປະທານປະເທດ ພົບປະໂອ້ລົມພະນັກງານຫຼັກແຫຼ່ງ ແລະ ປະຊາຊົນເມືອງພຽງ

ຮອງປະທານປະເທດ ພົບປະໂອ້ລົມພະນັກງານຫຼັກແຫຼ່ງ ແລະ ປະຊາຊົນເມືອງພຽງ

ໃນວັນທີ 22 ທັນວາ 2025ນີ້, ທ່ານ ນ ປານີ ຢາທໍ່ຕູ້ ກໍາມະການກົມການເມືອງສູນກາງພັກ ຮອງປະທານປະເທດ ໄດ້ລົງຢ້ຽມຍາມພົບປະໂອ້ລົມພະນັກງານຫຼັກແຫຼ່ງ ແລະ ປະຊາຊົນບັນດາເຜົ່າ ຢູ່ເມືອງພຽງ ແຂວງໄຊຍະບູລີ, ໂດຍມີທ່ານ ເພັງນິລັນ ຄໍາພັນເພັງ ເລຂາຄະນະບໍລິຫານງານພັກແຂວງ ປະທານສະພາປະຊາຊົນແຂວງໄຊຍະບູລີ ພ້ອມດ້ວຍຄະນະນຳຂອງແຂວງ.
ສະຫາຍ ໄມທອງ ທໍາມະວົງສາ ເຄື່ອນໄຫວຢ້ຽມຢາມແຂວງສະຫວັນນະເຂດ

ສະຫາຍ ໄມທອງ ທໍາມະວົງສາ ເຄື່ອນໄຫວຢ້ຽມຢາມແຂວງສະຫວັນນະເຂດ

ສະຫາຍ ໄມທອງ ທໍາມະວົງສາ, ຮອງເລຂາຄະນະບໍລິຫານງານພັກກະຊວງການຕ່າງປະເທດ, ຮອງລັດຖະມົນຕີ, ຜູ້ຊີ້ນໍາວຽກງານອົງການຈັດຕັ້ງມະຫາຊົນໄດ້ນໍາພາ ສາມອົງການຈັດຕ້ງມະຫາຊົນກະຊວງການຕ່າງປະເທດ ລົງເຄື່ອນໄຫວຢ້ຽມຍາມ ແລະ ເຮັດວຽກຢູ່ແຂວງສະຫວັນນະເຂດ ໃນລະຫວ່າງວັນທີ 15-17 ທັນວາ 2025 ເພື່ອປຶກສາຫາລື, ແລກປ່ຽນບົດຮຽນ, ທັດສະນະສຶກສາ, ຢ້ຽມຢາມສະຖານທີ່ປະຫວັດສາດຂອງການປະຕິວັດ ແລະ ຮັດແໜ້ນຄວາມສາມັກຄີຮັກແພງລະຫວ່າງອົງການຈັດຕັ້ງມະຫາຊົນ ກະຊວງການຕ່າງປະເທດ ແລະ ແຂວງສະຫວັນນະເຂດ.
ເພີ່ມເຕີມ